ຮື້ປ້າຍທີ່ບໍ່ຖືກລະບຽບ ແລະ ມ້າງເທີບເງີບ ທີ່ກວມທາງສາທາລະນະ ເຂດຖະໜົນອາຊຽນ ເສັ້ນທາງ T2 ບ້ານອຸບມຸງ, ເມືອງສີໂຄດຕະບອງ

ພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ສົມທົບ ກັບ ອົງການປົກຄອງເມືອງສີໂຄດຕະບອງ ພ້ອມດ້ວຍຄະນະສະເພາະກິດຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ຂັ້ນ ນວ ນຳໂດຍທ່ານ ບຸນຍະວັດ ນິລະໄຊຍ໌ ຫົວໜ້າພະແນກ ຍທຂ ນວ ມີທ່ານ ອິນປອງ ທຸມມາ ຮັກສາການເຈົ້າເມືອງສີໂຄດຕະບອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ລົງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ໃນວັນທີ 16 ກໍລະກົດ 2025 ຢູ່ ຖະໜົນອາຊຽນ ເຂດເສັ້ນທາງT2 (ເຕ້2) ບ້ານ ອຸບມຸງ ເມືອງສີໂຄດຕະບອງ. ທ່ານ ບຸນຍະວັດ ນິລະໄຊຍ໌ ກ່າວໃຫ້ສຳພາດວ່າ: ໂດຍອີງໃສ່ຂໍ້ຕົກລົງຂອງເຈົ້າຄອງ ນວ ເລກທີ1184/ຈນວ ວ່າດ້ວຍການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ທັງນີ້ເພື່ອເປັນການກະກຽມຄວາມພ້ອມຕ້ອນຮັບ ກອງປະຊຸມໃຫຍ່ອົງຄະນະພັກ ນວ ຄັ້ງທີ8 ທີ່ຈະມາເຖິງນີ້ ພ້ອມທັງປະຕິບັດຕາມລະບຽບຜັງເມືອງ ເພື່ອເຮັດໃຫ້ຕົວເມືອງມີຄວາມເປັນລະບຽບຮຽບຮ້ອຍສະອາດຈົບງາມ ແລະ ໜ້າຢູ່, ສຳລັບການລົງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຄັ້ງນີ້ […]

ຈີນເຕືອນທຣັມກໍລະນີເກັບພາສີນຳເຂົ້າ ຂູ່ຈະຕອບໂຕ້ປະເທດທີ່ຈັບມືສະຫະລັດ ໂດຍແລກກັບການຕັດຈີນອອກຈາກຫ່ວງໂຊ່ອຸປະທານປະເທດນັ້ນ

ຈີນອອກມາເຕືອນລັດຖະບານທຣັມ ຢ່າກໍ່ຄວາມຕຶງຄຽດທາງການຄ້າ ດ້ວຍການຟື້ນມາດຕະການຂຶ້ນພາສີນຳເຂົ້າສິນຄ້າຈາກຈີນໃນເດືອນໜ້າ ກ່ອນໜ້ານີ້ໃນເດືອນມິຖຸນາ ສະຫະລັດແລະຈີນຫາກໍບັນລຸ ກອບຄວາມຮ່ວມມືທາງການຄ້າ ເພື່ອຟື້ນຟູສັນຕິພາບຊົ່ວຄາວ ແຕ່ຍັງຄົງມີລາຍລະອຽດຫຼາຍປະການທີ່ບໍ່ຊັດເຈນ ເຮັດໃຫ້ບັນດານັກລົງທຶນ ແລະ ຜູ້ຄ້າໃນທັງສອງປະເທດຕ່າງຈັບຕາໃກ້ຊິດວ່າ ຂໍ້ຕົກລົງນີ້ຈະລົ່ມເຫຼວ ຫຼື ສາມາດນຳໄປສູ່ຄວາມສຳພັນທີ່ຍືນຍົງໄດ້ຫຼືບໍ່ ຢ່າງໃດກໍຕາມ ເມື່ອວັນຈັນ ທຣັມໄດ້ເລີ່ມແຈ້ງເຕືອນປະເທດຄູ່ຄ້າຫຼາຍລາຍວ່າ ສະຫະລັດ ເຕື່ອນຈະຂຶ້ນພາສີນຳເຂົ້າຢ່າງຮຸນແຮງໃນວັນທີ່ 1 ສິງຫາ ນີ້ ຫຼັງຈາກທີ່ເຄີຍປະກາດເລື່ອນເກັບພາສີທີ່ອອກເມື່ອເດືອນເມສາ ອອກໄປກ່ອນໜ້ານີ້ ໂດຍຮຽກເກັບພຽງ 10% ກັບບາງປະເທດ ເພື່ອເປີດໂອກາດໃຫ້ມີການເຈລະຈາ ຈີນຊຶ່ງກ່ອນໜ້ານີ້ຖືກສະຫະລັດ ຂຶ້ນພາສີນຳເຂົ້າສູງກວ່າ 100% ໂດຍເພາະໃນຊ່ວງຕອບໂຕ້ກັນລະຫວ່າງເດືອນເມສາ–ພຶດສະພາ ໄດ້ຮັບເສັ້ນຕາຍເຖິງວັນທີ່ 12 ສິງຫາ ໃນການເຈລະຈາເພື່ອຫຼີກເວັ້ນການກັບມາໃຊ້ມາດຕະການກີດກັນທາງການຄ້າຮອບໃໝ່ຈາກສະຫະລັດ ບົດບັນນາທິການລົງຊື່ໂດຍ ຈົງເຊັງ (Zhong Sheng) ຫຼື “ສຽງແຫ່ງຈີນ” ຊຶ່ງເປັນນາມແຝງທີ່ໃຊ້ສະແດງທ່າທີທາງການທູດຢ່າງເປັນທາງການຂອງຈີນ ໃນໜັງສືພິມ People’s Daily ຊຶ່ງເປັນກະບອກສຽງຂອງພັກຄອມມູນິສຈີນ ລະບຸວ່າ ບົດສະຫຼຸບທີ່ຊັດເຈນທີ່ສຸດຄື ການເຈລະຈາແລະຄວາມຮ່ວມມືຄືທາງອອກທີ່ຖືກຕ້ອງເທົ່ານັ້ນ ໃນໜັງສືພິມຍັງໄດ້ກ່າວຫາທຣັມວ່າ ນະໂຍບາຍພາສີເປັນການຂົ່ມເຫັງກັນ ຖະແຫຼງການດັ່ງກ່າວຖືເປັນການປູທາງໄປສູ່ ການເປີດສົງຄາມພາສີຮອບໃໝ່ ຫາກວ່າທຣັມຍັງຢືນຢັນທີ່ຈະໃຊ້ມາດຕະການພາຍໃນເສັ້ນຕາຍສຸດທ້າຍ […]

ຫວຽດນາມນຳຜູ້ຕ້ອງຫາ 41 ຄົນ ຂຶ້ນສານ ຄະດີທຸຈະລິດຮັບສິນບົນມູນຄ່າ 1.16 ລ້ານລ້ານດົງ

ຫວຽດນາມເປີດການພິຈາລະນາຄະດີທຸຈະລິດ ແລະ ຮັບສິນບົນ ມູນຄ່າ 1.16 ລ້ານລ້ານດົງ  ກັບຜູ້ຕ້ອງຫາ 41 ຄົນທີ່ລວມມີເຈົ້າໜ້າທີ່ລັດ ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມປາບປາມການທຸຈະລິດຂອງລັດຖະບານ ການໂຄສະນາທີ່ມີຊື່ເອີ້ນວ່າ “ເຕົາເຜົາ” ເພື່ອຕ້ານຕໍ່ການທຸຈະລິດ ເຄີຍກວາດລ້າງບຸກຄົນລະດັບສູງຂອງລັດຖະບານຫຼາຍສິບຄົນ ລວມມີເຈົ້າໜ້າທີ່ລັດຖະບານລະດັບ 2 ຄົນ ແລະ ຜູ້ນຳທຸລະກິດລະດັບສູງຫຼາຍຄົນ ໂດຍໃນຄະດີຫຼ້າສຸດ ສານໃນນະຄອນຮາໂນຍ ໄດ້ເລີ່ມດຳເນີນຄະດີກັບອະດີດເຈົ້າໜ້າທີ່ 30 ຄົນຈາກ ແຂວງວິນຟຸກ ຟູເຖາະ ແລະ ກວ່າງຫງາຍ ນັກທຸລະກິດ ແລະ ພະນັກງານບໍລິສັດອີກ 11 ຄົນ ຍັງຖືກກ່າວຫາວ່າມີສ່ວນກ່ຽວຂ້ອງກັບການທຸຈະລິດ ທີ່ໄອຍະການລະບຸວ່າສ້າງຄວາມເສຍຫາຍໃຫ້ກັບລັດເປັນມູນຄ່າກວ່າ 1.16 ລ້ານລ້ານດົງ ພວກເຂົາຖືກກ່າວຫາວ່າກະທຳຄວາມຜິດຕ່າງໆ ເຊັ່ນ: ຕິດສິນບົນ, ໃຊ້ອຳນາດໃນທາງທີ່ຜິດ ແລະ ລະເມີດກົດໝາຍການປະມູນ ແລະ ການບັນຊີ ໄອຍະການກ່າວວ່າລະຫວ່າງປີ 2010 ຫາ 2024 ປະທານກຸ່ມ Phuc Son ທ້າວເຫງຽນ ວັນ ເຫົາ […]

ທຣຳ ຂີດເສັ້ນຕາຍ 2 ອາທິດ ໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່

ທຳນຽບຂາວລະບຸວ່າ ໂດນັລ ທຣຳ ປະທານາທິບໍດີສະຫະລັດ ໄດ້ກຳນົດເສັ້ນຕາຍສອງອາທິດໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່ ໂດຍໃຫ້ເວລານີ້ເປັນໂອກາດໃນການຫາທາງອອກໂດຍການເຈລະຈາ ການເປີດຊ່ອງທາງການທູດດັ່ງກ່າວເກີດຂຶ້ນຫຼັງຈາກລັດຖະມົນຕີກະຊວງພາຍໃນອິສຣາເອນ ປະກາດວ່າເປົ້າໝາຍຂອງສົງຄາມຄືການປ່ຽນແປງລະບອບການປົກຄອງໃນກຸງເຕຫະຣານ ໂດຍລະຫວ່າງການຢ້ຽມຢາມໂຮງໝໍແຫ່ງໜຶ່ງຊຶ່ງຖືກຂີປະນາວຸດຂອງອີຫຣ່ານໂຈມຕີ ລາວກ່າວວ່າ ຜູ້ນຳສູງສຸດຂອງອີຫຣ່ານ ອາຢາຕອນເລາະຮ໌ ອາລີ ຄາເມເນອີ ບໍ່ຄວນໄດ້ຮັບອະນຸຍາດໃຫ້ມີຊີວິດຢູ່ ພ້ອມເປີດເຜີຍວ່າລາວໄດ້ສັ່ງເພີ່ມການໂຈມຕີເພື່ອທຳລາຍລັດຖະບານອີຫຣ່ານ ຕໍ່ມາ ທ່ານ ເບັນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິສຣາເອນ ກ່າວຢ້ຳວ່າ ການໂຄ່ນລົ້ມຜູ້ນຳອີຫຣ່ານ ບໍ່ແມ່ນເປົ້າໝາຍຢ່າງເປັນທາງການ ແຫຼ່ງຂ່າວທີ່ໃກ້ຊິດກັບການພິຈາລະນາຄັ້ງນີ້ເປີດເຜີຍວ່າ ການຕັດສິນໃຈຂອງທຣຳວ່າຈະຮ່ວມໂຈມຕີອີຫຣ່ານຫຼືບໍ່ ຍັງຂຶ້ນຢູ່ກັບວ່າລະເບີດ “ບັງເກີບັສເຕີ” ພະລັງທຳລາຍສູງຂອງສະຫະລັດ ຈະສາມາດທຳລາຍສະຖານທີ່ຜະລິດນິວເຄຼຍທີ່ມີການປ້ອງກັນແໜ້ນໜາທີ່ສຸດຂອງອີຫຣ່ານໄດ້ຫຼືບໍ່ ອິສຣາເອນບໍ່ມີອາວຸດທີ່ສາມາດທຳລາຍສູນຟອໂດວ໌ ຊຶ່ງຝັງເລິກເຖິງ 100 ແມັດ ກ້ອງພູໃກ້ເມືອງສັກສິດໂກມ ເນທັນຢາຮູ ແລະ ພັນທະມິດໄດ້ໂນ້ມນ້າວໃຫ້ສະຫະລັດ ປ່ຽນບົດບາດຈາກການສະໜັບສະໜູນການປ້ອງກັນຂອງອິສຣາເອນ ມາເປັນການເຂົ້າຮ່ວມການໂຈມຕີ ໂດຍບອກກັບທຣຳວ່າ ລາວເປັນຜູ້ດຽວທີ່ສາມາດຢຸດໂຄງການນິວເຄຼຍຂອງອີຫຣ່ານໄດ້ ເຖິງແມ່ນວ່າຈະມີການຈັດກະກຽມແຜນໂຈມຕີໄວ້ແລ້ວ ແຕ່ທຣຳຍັງລໍຖ້າເບິ່ງວ່າອີຫຣ່ານຈະຍອມຕົກລົງໃນວິນາທີສຸດທ້າຍເພື່ອຢຸດຕິໂຄງການນິວເຄຼຍຫຼືບໍ່ ທ່າມກາງຄຳເຕືອນຈາກທົ່ວໂລກກ່ຽວກັບການຍົກລະດັບຄວາມຂັດແຍ້ງຢ່າງຮຸນແຮງ ເອີຮົບກຳລັງກົດດັນໃຫ້ເກີດການເຈລະຈາທາງການທູດ ໂດຍລັດຖະມົນຕີຕ່າງປະເທດຂອງອີຫຣ່ານກຳລັງເດີນທາງໄປເຈນີວາ ເພື່ອພົບປະກັບລັດຖະມົນຕີຕ່າງປະເທດຂອງອັງກິດ ຝຣັ່ງ ແລະ ເຢຍລະມັນ ຂະນະດຽວກັນ ປະທານາທິບໍດີລັດເຊຍ ວລາດິເມຍ […]

Govt mulls suspending approval for new mining proposals

Govt mulls suspending approval for new mining proposals The government is mulling to suspend considering new proposals for all kinds of mining projects as it takes action to properly regulate the existing ventures and pushes for processing minerals before export to maximise benefits for the mining sector – a key driver of the economy.The focus […]

Laos Intensifies Efforts to Exit FATF Grey List

The Lao government has reaffirmed its commitment to strengthening anti-money laundering (AML) and counter-terrorism financing (CFT) measures as it works to exit the Financial Action Task Force (FATF) grey list. Key Developments: Despite these efforts, officials acknowledge that money laundering cases in Laos remain relatively limited compared to evidence suggesting more widespread activity. A recent […]

ຊົມເຊີຍ ເຈົ້າໜ້າທີ່ ປກສ ແຂວງຈຳປາສັກ ຈັບຊາຍຂາຍຢາບ້າ ພ້ອມຂອງກາງ 60ມັດ

ຕາມການລາຍງານຂອງເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ໃຫ້ຮູ້ວ່າ: ວັນທີ 10 ມັງກອນ 2025 ເວລາ 12 ໂມງ, ເຈົ້າໜ້າທີ່ວິຊາສະເພາະ ໄດ້ລົງມ້າງຄະດີ ຢູ່ເຂດບ້ານຫ້ວຍກອງ ເມືອງປາກຊ່ອງ ແຂວງຈຳປາສັກ ກັກຕົວຜູ້ຖືກຫາ 01 ຄົນ, ຊື່ທ້າວ ສໍ ລໍວັນໄຊ ອາຍຸ 27 ປີ ເປັນກຳມະກອນ, ບ້ານຫ້ວຍກອງ ເມືອງປາກຊ່ອງ ແຂວງຈຳປາສັກ ພ້ອມເຄື່ອງຂອງກາງປະເພດຢາບ້າ ຈຳນວນ 60 ມັດ ເທົ້າກັບ 120,000 ເມັດແລະໂທລະຊັບ 01 ໜ່ວຍ, ລົດຈັກເວັບຍີ່ຫໍ້ຮ່ອນດາ ສີແດງບໍ່ມີປ້າຍ,ສາຍຄໍ (ຄ້າຍຄືເງີນ)1ເສັ້ນ. ປັດຈຸບັນຄະດີແມ່ນຢູ່ໃນຂັ້ນຕອນການດຳເນີນ ສືບສວນ-ສອບສວນ ຂອງເຈົ້າໜ້າທີ່ວິຊາສະເພາະເພື່ອຊອກຫາຜູ້ຮ່ວມຂະບວນການ ມາດຳເນີນຄະດີຕາມຂັ້ນຕອນກົດໝາຍ. ຂ່າວ: ປກສ ແຂວງຈຳປາສັກ

Business Sector Contributes Funds to Establish Product Development Fund

In a significant step towards boosting economic development, 21 business entities have collectively contributed 55 billion kip to establish the Product Development Fund for the Lao PDR. The handover ceremony took place on January 6, 2025, at the National Convention Hall in Vientiane. (KPL) In a significant step towards boosting economic development, 21 business entities […]