ກ່ອນໜ້ານີ້ໃນເດືອນມິຖຸນາ ສະຫະລັດແລະຈີນຫາກໍບັນລຸ ກອບຄວາມຮ່ວມມືທາງການຄ້າ ເພື່ອຟື້ນຟູສັນຕິພາບຊົ່ວຄາວ ແຕ່ຍັງຄົງມີລາຍລະອຽດຫຼາຍປະການທີ່ບໍ່ຊັດເຈນ ເຮັດໃຫ້ບັນດານັກລົງທຶນ ແລະ ຜູ້ຄ້າໃນທັງສອງປະເທດຕ່າງຈັບຕາໃກ້ຊິດວ່າ ຂໍ້ຕົກລົງນີ້ຈະລົ່ມເຫຼວ ຫຼື ສາມາດນຳໄປສູ່ຄວາມສຳພັນທີ່ຍືນຍົງໄດ້ຫຼືບໍ່
ຢ່າງໃດກໍຕາມ ເມື່ອວັນຈັນ ທຣັມໄດ້ເລີ່ມແຈ້ງເຕືອນປະເທດຄູ່ຄ້າຫຼາຍລາຍວ່າ ສະຫະລັດ ເຕື່ອນຈະຂຶ້ນພາສີນຳເຂົ້າຢ່າງຮຸນແຮງໃນວັນທີ່ 1 ສິງຫາ ນີ້ ຫຼັງຈາກທີ່ເຄີຍປະກາດເລື່ອນເກັບພາສີທີ່ອອກເມື່ອເດືອນເມສາ ອອກໄປກ່ອນໜ້ານີ້ ໂດຍຮຽກເກັບພຽງ 10% ກັບບາງປະເທດ ເພື່ອເປີດໂອກາດໃຫ້ມີການເຈລະຈາ
ຈີນຊຶ່ງກ່ອນໜ້ານີ້ຖືກສະຫະລັດ ຂຶ້ນພາສີນຳເຂົ້າສູງກວ່າ 100% ໂດຍເພາະໃນຊ່ວງຕອບໂຕ້ກັນລະຫວ່າງເດືອນເມສາ–ພຶດສະພາ ໄດ້ຮັບເສັ້ນຕາຍເຖິງວັນທີ່ 12 ສິງຫາ ໃນການເຈລະຈາເພື່ອຫຼີກເວັ້ນການກັບມາໃຊ້ມາດຕະການກີດກັນທາງການຄ້າຮອບໃໝ່ຈາກສະຫະລັດ
ບົດບັນນາທິການລົງຊື່ໂດຍ ຈົງເຊັງ (Zhong Sheng) ຫຼື “ສຽງແຫ່ງຈີນ” ຊຶ່ງເປັນນາມແຝງທີ່ໃຊ້ສະແດງທ່າທີທາງການທູດຢ່າງເປັນທາງການຂອງຈີນ
ໃນໜັງສືພິມ People’s Daily ຊຶ່ງເປັນກະບອກສຽງຂອງພັກຄອມມູນິສຈີນ ລະບຸວ່າ ບົດສະຫຼຸບທີ່ຊັດເຈນທີ່ສຸດຄື ການເຈລະຈາແລະຄວາມຮ່ວມມືຄືທາງອອກທີ່ຖືກຕ້ອງເທົ່ານັ້ນ ໃນໜັງສືພິມຍັງໄດ້ກ່າວຫາທຣັມວ່າ ນະໂຍບາຍພາສີເປັນການຂົ່ມເຫັງກັນ
ຖະແຫຼງການດັ່ງກ່າວຖືເປັນການປູທາງໄປສູ່ ການເປີດສົງຄາມພາສີຮອບໃໝ່ ຫາກວ່າທຣັມຍັງຢືນຢັນທີ່ຈະໃຊ້ມາດຕະການພາຍໃນເສັ້ນຕາຍສຸດທ້າຍ ທີ່ທາງການຈີນເບິ່ງວ່າເປັນການກົດດັນທາງການເມືອງ
ທັງນີ້ ຂໍ້ມູນຈາກສະຖາບັນ Peterson Institute for International Economics ລະບຸວ່າ ປັດຈຸບັນອັດຕາພາສີສະເລ່ຍຂອງສະຫະລັດ ທີ່ເກັບກັບສິນຄ້າຈີນຢູ່ທີ່ 51.1% ຂະນະທີ່ຈີນເກັບພາສີກັບສິນຄ້າສະຫະລັດ ສະເລ່ຍຢູ່ທີ່ 32.6% ຊຶ່ງທັງສອງຝ່າຍຕ່າງເກັບພາສີສິນຄ້ານຳເຂົ້າກັນເກືອບທັງໝົດແລ້ວ
ນອກຈາກຕອບໂຕ້ສະຫະລັດແລ້ວ ບົດຄວາມຍັງວິພາກວິຈານປະເທດໃນອາຊີທີ່ເລືອກຈະເຈລະຈາການຄ້າກັບສະຫະລັດ ໂດຍແລກກັບການ ຕັດຈີນອອກຈາກຫ່ວງໂຊ່ອຸປະທານ ໂດຍເພາະກະລະນີຂອງຫວຽດນາມ
ປະເທດໃນອາຊີທີ່ເລືອກຈະເຈລະຈາການຄ້າກັບສະຫະລັດ ໂດຍແລກກັບການຕັດຈີນອອກຈາກຫ່ວງໂຊ່ອຸປະທານ ໂດຍເພາະກໍລະນີຂອງຫວຽດນາມ
ຊຶ່ງເນື້ອຄວາມໃນໜັງສືພິມລະບຸວ່າຈີນຄັດຄ້ານຢ່າງສິ້ນເຊີງຕໍ່ການທີ່ປະເທດໃດກໍຕາມຍອມເສຍຜົນປະໂຫຍດຂອງຈີນ ເພື່ອແລກກັບການຫຼຸດພາສີກັບສະຫະລັດແລະຫາກເກີດສະຖານະການແບບນີ້ຂຶ້ນ ຈີນຈະບໍ່ຍອມຮັບ ແລະ ຈະຕອບໂຕ້ໂດຍເດັດຂາດເພື່ອປົກປ້ອງສິດທິແລະຜົນປະໂຫຍດຂອງຕົນ
ໂດຍເມື່ອອາທິດກ່ອນ ຫວຽດນາມໄດ້ເຮັດຂໍ້ຕົກລົງລົດພາສີສິນຄ້າ ທີ່ສົ່ງຜ່ານຈາກຈີນ ໂດຍຫຼຸດອັດຕາພາສີລົງເຫຼືອ 20% ຈາກເດີມ 46% ຂະນະທີ່ສິນຄ້າຈາກຈີນໂດຍກົງທີ່ຜ່ານຫວຽດນາມຈະຖືກເກັບພາສີ 40%.