ຫວຽດນາມເປີດການພິຈາລະນາຄະດີທຸຈະລິດ ແລະ ຮັບສິນບົນ ມູນຄ່າ 1.16 ລ້ານລ້ານດົງ ກັບຜູ້ຕ້ອງຫາ 41 ຄົນທີ່ລວມມີເຈົ້າໜ້າທີ່ລັດ ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມປາບປາມການທຸຈະລິດຂອງລັດຖະບານ
ການໂຄສະນາທີ່ມີຊື່ເອີ້ນວ່າ “ເຕົາເຜົາ” ເພື່ອຕ້ານຕໍ່ການທຸຈະລິດ ເຄີຍກວາດລ້າງບຸກຄົນລະດັບສູງຂອງລັດຖະບານຫຼາຍສິບຄົນ ລວມມີເຈົ້າໜ້າທີ່ລັດຖະບານລະດັບ 2 ຄົນ ແລະ ຜູ້ນຳທຸລະກິດລະດັບສູງຫຼາຍຄົນ ໂດຍໃນຄະດີຫຼ້າສຸດ ສານໃນນະຄອນຮາໂນຍ ໄດ້ເລີ່ມດຳເນີນຄະດີກັບອະດີດເຈົ້າໜ້າທີ່ 30 ຄົນຈາກ ແຂວງວິນຟຸກ ຟູເຖາະ ແລະ ກວ່າງຫງາຍ
ນັກທຸລະກິດ ແລະ ພະນັກງານບໍລິສັດອີກ 11 ຄົນ ຍັງຖືກກ່າວຫາວ່າມີສ່ວນກ່ຽວຂ້ອງກັບການທຸຈະລິດ ທີ່ໄອຍະການລະບຸວ່າສ້າງຄວາມເສຍຫາຍໃຫ້ກັບລັດເປັນມູນຄ່າກວ່າ 1.16 ລ້ານລ້ານດົງ ພວກເຂົາຖືກກ່າວຫາວ່າກະທຳຄວາມຜິດຕ່າງໆ ເຊັ່ນ: ຕິດສິນບົນ, ໃຊ້ອຳນາດໃນທາງທີ່ຜິດ ແລະ ລະເມີດກົດໝາຍການປະມູນ ແລະ ການບັນຊີ

ໄອຍະການກ່າວວ່າລະຫວ່າງປີ 2010 ຫາ 2024 ປະທານກຸ່ມ Phuc Son ທ້າວເຫງຽນ ວັນ ເຫົາ ໄດ້ໃຊ້ເງິນ ຫຼາຍກວ່າ 130 ລ້ານດົງ ໃນການຈ່າຍສິນບົນເຈົ້າໜ້າທີ່ເພື່ອໃຫ້ໄດ້ວຽກໃນໂຄງການໂຄງສ້າງພື້ນຖານມູນຄ່າຫຼາຍໝື່ນລ້ານດົງ ຈຳນວນ 14 ໂຄງການໃນ 3 ແຂວງ
ໄອຍະການກ່າວວ່າ ທ້າວເຫົາ ເອົາກະເປົາເງິນໄປທີ່ສຳນັກງານ ຫຼື ບ້ານພັກສ່ວນຕົວຂອງເຈົ້າໜ້າທີ່ເພື່ອຈ່າຍສິນບົນ ໂດຍ ນາງຮວງ ທິ ທຸຍ ລານ ອະດີດຫົວໜ້າພັກຄອມມິວນິດ ຂອງແຂວງວິນຟຸກ ໄດ້ຮັບສິນບົນຈາກ ທ້າວເຫົາ ຫຼາຍທີ່ສຸດ ໂດຍມີມູນຄ່າລວມເກືອບ 52 ໝື່ນລ້ານດົງ ໃນກະເປົາບັນຈຸເງິນສົດທີ່ມີນ້ຳໜັກກວ່າ 60 ກິໂລກຣາມ
ໃນເດືອນເມສາ ຫວຽດນາມໄດ້ເອົາອະດີດລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະກຳ ແລະ ການຄ້າເປັນເວລາ ເຂົ້າຄຸກເປັນເວລາ 6 ປີ ຫຼັງຈາກພົບວ່າລາວມີຄວາມຜິດຖານ “ໃຊ້ອຳນາດໃນທາງບໍ່ຖືກຕ້ອງ” ໃນແຜນພັດທະນາພະລັງງານແສງອາທິດ
ທ້າວຮວງ ກຼວກ ເວືອງ ອາຍຸ 62 ປີ ຍອມຮັບວ່າຮັບສິນບົນ 1.5 ພັນລ້ານດົງ ເພື່ອສະໜັບສະໜູນໂຮງໄຟຟ້າພະລັງງານແສງອາທິດໃນແຂວງນິນທວນ ແຕ່ຄອບຄົວຂອງລາວໄດ້ຈ່າຍເງິນຈຳນວນດັ່ງກ່າວຄືນກ່ອນການພິພາກສາ