ຕາມການລາຍງານຂອງເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ໃຫ້ຮູ້ວ່າ: ວັນທີ 10 ມັງກອນ 2025 ເວລາ 12 ໂມງ, ເຈົ້າໜ້າທີ່ວິຊາສະເພາະ ໄດ້ລົງມ້າງຄະດີ ຢູ່ເຂດບ້ານຫ້ວຍກອງ ເມືອງປາກຊ່ອງ ແຂວງຈຳປາສັກ ກັກຕົວຜູ້ຖືກຫາ 01 ຄົນ, ຊື່ທ້າວ ສໍ ລໍວັນໄຊ ອາຍຸ 27 ປີ ເປັນກຳມະກອນ, ບ້ານຫ້ວຍກອງ ເມືອງປາກຊ່ອງ ແຂວງຈຳປາສັກ ພ້ອມເຄື່ອງຂອງກາງປະເພດຢາບ້າ ຈຳນວນ 60 ມັດ ເທົ້າກັບ 120,000 ເມັດແລະໂທລະຊັບ 01 ໜ່ວຍ, ລົດຈັກເວັບຍີ່ຫໍ້ຮ່ອນດາ ສີແດງບໍ່ມີປ້າຍ,ສາຍຄໍ (ຄ້າຍຄືເງີນ)1ເສັ້ນ.
ປັດຈຸບັນຄະດີແມ່ນຢູ່ໃນຂັ້ນຕອນການດຳເນີນ ສືບສວນ-ສອບສວນ ຂອງເຈົ້າໜ້າທີ່ວິຊາສະເພາະເພື່ອຊອກຫາຜູ້ຮ່ວມຂະບວນການ ມາດຳເນີນຄະດີຕາມຂັ້ນຕອນກົດໝາຍ.
ຂ່າວ: ປກສ ແຂວງຈຳປາສັກ