Vientiane Capital, Lao P.D.R

ລັດຖະມົນຕີ ຖວທ ຕິດຕາມການຂຸດຄົ້ນ ພະພຸດທະຮູບ-ວັດຖຸພັນ ຢູ່ເມືອງຕົ້ນເຜິ້ງ ພົບແລ້ວ 141 ອົງ

ໃນວັນທີ 26 ມີນາ 2024 ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ພ້ອມຄະນະ ໄດ້ລົງຕິດຕາມຄວາມຄືບໜ້າການຂຸດຄົ້ນ, ກອບກູ້ເອົາພະພຸດທະຮູບ ແລະ ວັດຖຸພັນ ຢູ່ດອນເຜິ້ງຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ການລົງເຄື່ອນໄຫວຄັ້ງນີ້, ທ່ານ ບຸນຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ລາຍງານໃຫ້ຮູ້ວ່າ: ປັດຈຸບັນ, ການຂຸດຄົ້ນ, ກອບກູ້ເອົາພະພຸດທະຮູບ ແລະ ວັດຖຸພັນດັ່ງກ່າວ ໄດ້ຂະຫຍາຍອອກເປັນ 40×36 ແມັດ, ເລິກປະມານ 4-5 ແມັດ, ໄດ້ຄົ້ນພົບພະພຸດທະຮູບ ທັງອົງໃຫຍ່ (ຂະໜາດໜ້າຕັກ 87 ຊັງຕີແມັດ, ບ່າກ້ວາງ 60 ຊຕມ, ສູງ 110 ຊຕມ) ແລະ ອົງນ້ອຍ (ນ້ອຍສຸດ ໜ້າຕັກ 4 […]