●  ບໍລິສັດຂອງຄົນລາວ · ວຽງຈັນ · 15 ປີໃນຕະຫຼາດລາວ
ຕ້ອງດຳເນີນການ

ຜู้ອົບພະຍົບນັບພັນຄົນໄດ້ແຫ່ລອຍນ້ຳຈາກໂມຣົກໂກ ເຂົ້າສູ່ເຂດ “ເຊວະຕາ” ຂອງປະເທດສະເປນ

Thousands of migrants raft from Morocco toward the Ceuta enclave in Spain - Aqqount news

ບັນດາຜู้ອົບພະຍົບຈຳນວນນັບພັນຄົນໄດ້ແຫ່ລອຍນ້ຳ ຫຼື ລັກລອບຂ້າມຊາຍແດນເຂົ້າສູ່ເຂດເຊວະຕາຂອງປະເທດສະເປນ ໃນຊ່ວງວັນທີ່ຜ່ານມາ ເຮັດໃຫ້ເກີດວິກິດການດ້ານມະນຸດສະທຳ ແລະ ທາງທ້ອງຖິ່ນໄດ້ຮຽກຮ້ອງໃຫ້ລັດຖະບານກາງເຂົ້າແຊກແຊງຢ່າງຮີບດ່ວນ. ສຳນັກຂ່າວຕ່າງປະເທດລາຍງານ: ເມື່ອວັນທີ 30 ກໍລະກົດ 2026 ວ່າ ຜู้ອົບພະຍົບຈຳນວນຫຼາຍຮ້ອຍເຖິງຫຼາຍພັນຄົນພະຍາຍາມເດີນທາງອອກຈາກໂມຣົກໂກຜ່ານທາງທະເລ ແລະ ຊາຍແດນ ເພື່ອທະລັກເຂົ້າສູ່ ເຊວະຕາ (Ceuta) ເຊິ່ງເປັນດິນແດນສ່ວນແຍກຂອງສະເປນໃນທະວີບອາຟຣິກາເໜືອ ສົ່ງຜົນໃຫ້ເກີດວິກິດການດ້ານມະນຸດສະທຳ ແລະ ຄວາມໝັ້ນຄົງໃນພື້ນທີ່ ຈົນເຮັດໃຫ້ຜູ້ນຳທ້ອງຖິ່ນຕ້ອງຮຽກຮ້ອງໃຫ້ລັດຖະບານກາງສະເປນເຂົ້າແຊກແຊງຢ່າງຮີບດ່ວນ. ເຊວຕາ ແລະ ເມລີຢາ (Melilla) ເປັນດິນແດນຂອງສະເປນທີ່ຕັ້ງຢູ່ໃນທະວີບອາຟຣິກາເໜືອ ແລະ ຖືເປັນຊາຍແດນທາງບົກພຽງແຫ່ງດຽວຂອງສະຫະພາບເອີຣົບ (EU) ທີ່ຕິດກັບທະວີບອາຟຣິກາ ໂດຍໃນຊ່ວງວັນທີ່ຜ່ານມາ ມີຮູບພາບທີ່ຖືກບັນທຶກເຫດການຜู้ອົບພະຍົບຈຳນວນຫຼາຍໃຊ້ຫ່ວງຢາງ ແລະ ອຸປະກອນຊ່ວຍລອຍຕົວລອຍນ້ຳຂ້າມຊາຍຝັ່ງ ຂະນະທີ່ບາງສ່ວນແລ່ນຝ່າພັງປະຕູຮົ້ວກັ້ນຊາຍແດນເຂົ້າໄປໃນເຂດເຊວະຕາ. ລາຍງານຕົວເລກຍັງຄົງມີຄວາມຂັດແຍ້ງກັນ ໂດຍສື່ຂອງສະເປນຄາດການວ່າອາດມີຜູ້ທະລັກເຂົ້າມາຫຼາຍເຖິງ 2,000–3,000 ຄົນໃນວັນພະຫັດ, ຂະນະທີ່ສື່ສາທາລະນະ RTVE ລາຍງານວ່າມີຫຼາຍກວ່າ 1,500 ຄົນ ເຊິ່ງສ່ວນໃຫຍ່ເປັນເຍົາວະຊົນຊາວໂມຣົກໂກ ໄດ້ທະລັກເຂົ້າມາໃນຮອບ 2 ອາທິດຜ່ານມາ. ຜູ້ອົບພະຍົບຈຳນວນຫຼວງຫຼາຍລອຍນ້ຳເຂົ້າສູ່ເຂດເຊວະຕາຂອງປະເທດສະເປນ ເມື່ອວັນທີ 30 ກໍລະກົດ […]

ແຈ້ງການມອດໄຟເພີ່ມຕື່ມ ວັນທີ 29, 30 ແລະ 31 ກໍລະກົດ 2025

Additional power outage notice for July 29, 30 and 31 - Aqqount news

ແຈ້ງການມອດໄຟເພີ່ມຕື່ມ ວັນທີ 29, 30 ແລະ 31 ກໍລະກົດ 2025 ບາງເຂດ ເມືອງສັງທອງ, ເມືອງຫາດຊາຍຟອງ ລາຍລະອຽດດັ່ງລຸ່ມນີ້: ທີ່ມາ: ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫລວງ2

ຫວຽດນາມນຳຜູ້ຕ້ອງຫາ 41 ຄົນ ຂຶ້ນສານ ຄະດີທຸຈະລິດຮັບສິນບົນມູນຄ່າ 1.16 ລ້ານລ້ານດົງ

Vietnam brings 41 defendants to court in $1.16-trillion-dong corruption case - Aqqount news

ຫວຽດນາມເປີດການພິຈາລະນາຄະດີທຸຈະລິດ ແລະ ຮັບສິນບົນ ມູນຄ່າ 1.16 ລ້ານລ້ານດົງ  ກັບຜູ້ຕ້ອງຫາ 41 ຄົນທີ່ລວມມີເຈົ້າໜ້າທີ່ລັດ ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມປາບປາມການທຸຈະລິດຂອງລັດຖະບານ ການໂຄສະນາທີ່ມີຊື່ເອີ້ນວ່າ “ເຕົາເຜົາ” ເພື່ອຕ້ານຕໍ່ການທຸຈະລິດ ເຄີຍກວາດລ້າງບຸກຄົນລະດັບສູງຂອງລັດຖະບານຫຼາຍສິບຄົນ ລວມມີເຈົ້າໜ້າທີ່ລັດຖະບານລະດັບ 2 ຄົນ ແລະ ຜູ້ນຳທຸລະກິດລະດັບສູງຫຼາຍຄົນ ໂດຍໃນຄະດີຫຼ້າສຸດ ສານໃນນະຄອນຮາໂນຍ ໄດ້ເລີ່ມດຳເນີນຄະດີກັບອະດີດເຈົ້າໜ້າທີ່ 30 ຄົນຈາກ ແຂວງວິນຟຸກ ຟູເຖາະ ແລະ ກວ່າງຫງາຍ ນັກທຸລະກິດ ແລະ ພະນັກງານບໍລິສັດອີກ 11 ຄົນ ຍັງຖືກກ່າວຫາວ່າມີສ່ວນກ່ຽວຂ້ອງກັບການທຸຈະລິດ ທີ່ໄອຍະການລະບຸວ່າສ້າງຄວາມເສຍຫາຍໃຫ້ກັບລັດເປັນມູນຄ່າກວ່າ 1.16 ລ້ານລ້ານດົງ ພວກເຂົາຖືກກ່າວຫາວ່າກະທຳຄວາມຜິດຕ່າງໆ ເຊັ່ນ: ຕິດສິນບົນ, ໃຊ້ອຳນາດໃນທາງທີ່ຜິດ ແລະ ລະເມີດກົດໝາຍການປະມູນ ແລະ ການບັນຊີ ໄອຍະການກ່າວວ່າລະຫວ່າງປີ 2010 ຫາ 2024 ປະທານກຸ່ມ Phuc Son ທ້າວເຫງຽນ ວັນ ເຫົາ […]

ທຣຳ ຂີດເສັ້ນຕາຍ 2 ອາທິດ ໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່

Trump gives 2-week deadline on whether the US will join Israel's war with Iran - Aqqount news

ທຳນຽບຂາວລະບຸວ່າ ໂດນັລ ທຣຳ ປະທານາທິບໍດີສະຫະລັດ ໄດ້ກຳນົດເສັ້ນຕາຍສອງອາທິດໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່ ໂດຍໃຫ້ເວລານີ້ເປັນໂອກາດໃນການຫາທາງອອກໂດຍການເຈລະຈາ ການເປີດຊ່ອງທາງການທູດດັ່ງກ່າວເກີດຂຶ້ນຫຼັງຈາກລັດຖະມົນຕີກະຊວງພາຍໃນອິສຣາເອນ ປະກາດວ່າເປົ້າໝາຍຂອງສົງຄາມຄືການປ່ຽນແປງລະບອບການປົກຄອງໃນກຸງເຕຫະຣານ ໂດຍລະຫວ່າງການຢ້ຽມຢາມໂຮງໝໍແຫ່ງໜຶ່ງຊຶ່ງຖືກຂີປະນາວຸດຂອງອີຫຣ່ານໂຈມຕີ ລາວກ່າວວ່າ ຜູ້ນຳສູງສຸດຂອງອີຫຣ່ານ ອາຢາຕອນເລາະຮ໌ ອາລີ ຄາເມເນອີ ບໍ່ຄວນໄດ້ຮັບອະນຸຍາດໃຫ້ມີຊີວິດຢູ່ ພ້ອມເປີດເຜີຍວ່າລາວໄດ້ສັ່ງເພີ່ມການໂຈມຕີເພື່ອທຳລາຍລັດຖະບານອີຫຣ່ານ ຕໍ່ມາ ທ່ານ ເບັນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິສຣາເອນ ກ່າວຢ້ຳວ່າ ການໂຄ່ນລົ້ມຜູ້ນຳອີຫຣ່ານ ບໍ່ແມ່ນເປົ້າໝາຍຢ່າງເປັນທາງການ ແຫຼ່ງຂ່າວທີ່ໃກ້ຊິດກັບການພິຈາລະນາຄັ້ງນີ້ເປີດເຜີຍວ່າ ການຕັດສິນໃຈຂອງທຣຳວ່າຈະຮ່ວມໂຈມຕີອີຫຣ່ານຫຼືບໍ່ ຍັງຂຶ້ນຢູ່ກັບວ່າລະເບີດ “ບັງເກີບັສເຕີ” ພະລັງທຳລາຍສູງຂອງສະຫະລັດ ຈະສາມາດທຳລາຍສະຖານທີ່ຜະລິດນິວເຄຼຍທີ່ມີການປ້ອງກັນແໜ້ນໜາທີ່ສຸດຂອງອີຫຣ່ານໄດ້ຫຼືບໍ່ ອິສຣາເອນບໍ່ມີອາວຸດທີ່ສາມາດທຳລາຍສູນຟອໂດວ໌ ຊຶ່ງຝັງເລິກເຖິງ 100 ແມັດ ກ້ອງພູໃກ້ເມືອງສັກສິດໂກມ ເນທັນຢາຮູ ແລະ ພັນທະມິດໄດ້ໂນ້ມນ້າວໃຫ້ສະຫະລັດ ປ່ຽນບົດບາດຈາກການສະໜັບສະໜູນການປ້ອງກັນຂອງອິສຣາເອນ ມາເປັນການເຂົ້າຮ່ວມການໂຈມຕີ ໂດຍບອກກັບທຣຳວ່າ ລາວເປັນຜູ້ດຽວທີ່ສາມາດຢຸດໂຄງການນິວເຄຼຍຂອງອີຫຣ່ານໄດ້ ເຖິງແມ່ນວ່າຈະມີການຈັດກະກຽມແຜນໂຈມຕີໄວ້ແລ້ວ ແຕ່ທຣຳຍັງລໍຖ້າເບິ່ງວ່າອີຫຣ່ານຈະຍອມຕົກລົງໃນວິນາທີສຸດທ້າຍເພື່ອຢຸດຕິໂຄງການນິວເຄຼຍຫຼືບໍ່ ທ່າມກາງຄຳເຕືອນຈາກທົ່ວໂລກກ່ຽວກັບການຍົກລະດັບຄວາມຂັດແຍ້ງຢ່າງຮຸນແຮງ ເອີຮົບກຳລັງກົດດັນໃຫ້ເກີດການເຈລະຈາທາງການທູດ ໂດຍລັດຖະມົນຕີຕ່າງປະເທດຂອງອີຫຣ່ານກຳລັງເດີນທາງໄປເຈນີວາ ເພື່ອພົບປະກັບລັດຖະມົນຕີຕ່າງປະເທດຂອງອັງກິດ ຝຣັ່ງ ແລະ ເຢຍລະມັນ ຂະນະດຽວກັນ ປະທານາທິບໍດີລັດເຊຍ ວລາດິເມຍ […]

ຕົວເລກນັກທ່ອງທ່ຽວມາເມືອງວັງວຽງ ຫຼາຍເຖິງ 9 ແສນກວ່າຄົນ

Over 900,000 tourists visited Vang Vieng - Aqqount news

ວັງວຽງ ເປັນເມືອງຈຸດໝາຍປາຍທາງຂອງການທ່ຽວສຳຄັນຂອງລາວເຮົາ ເຊິ່ງແຕ່ລະປີມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເດີນທາງມາພັກຜ່ອນທ່ອງທ່ຽວຊົມເມືອງແຫ່ງມົນສະເໜ່ນີ້ບໍ່ຂາດສາຍ.ຫຼ້າສຸດນັບແຕ່ເດືອນມັງກອນ ເຖິງ ເດືອນຕຸລາ 2024 ມີນັກທ່ອງທ່ຽວເຂົ້າໄປທ່ຽວ ເມືອງວັງວຽງ ແຂວງວຽງຈັນແຫ່ງນີ້ ຫຼາຍເຖິງ 9 ແສນກວ່າຄົນ, ໃນນີ້ ເປັນນັກທ່ອງທ່ຽວຕ່າງປະເທດ 4 ແສນກວ່າຄົນ. ລື່ນແຜນການປີທີ່ວາງໄວ້ 8 ແສນຄົນ ເປັນທີ່ຮຽບຮ້ອຍແລ້ວ, ຄາດວ່າແຕ່ນີ້ໄປຈົນໝົດປີນີ້ ນັກທ່ອງທ່ຽວຈະມາເມືອງວັງວຽງ ເພີ່ມຂຶ້ນອີກຈໍານວນຫຼາຍ. ທ່ານ ບຸນຈັນ ມາລາວົງ ເຈົ້າເມືອງວັງວຽງ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 21 ຕຸລາ 2024 ວ່າ: ການທ່ອງທ່ຽວຢູ່ເມືອງວັງວຽງ ມີທ່າອ່ຽງດີຂຶ້ນຢ່າງຕໍ່ເນື່ອງ ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເດີນທາງເຂົ້າໄປທ່ອງທ່ຽວພາຍໃນເມືອງຢ່າງຫຼວງຫຼາຍ, ສະເພາະປີນີ້ແມ່ນເພີ່ມຂຶ້ນກວ່າທຸກປີຜ່ານມາ. ທັ້ງນີ້, ກໍຍ້ອນການເດີນທາງໄປເມືອງວັງວຽງ ມີຄວາມສະດວກສະບາຍ, ທັງທາງລົດໄຟ ແລະ ທາງດ່ວນ. ນອກຈາກນີ້ບັນດາສະຖານທີ່ທ່ອງທ່ຽວ ແລະ ກິດຈະກໍາທ່ອງທ່ຽວພາຍໃນເມືອງ ໄດ້ຮັບການປັບປຸງດີຂຶ້ນກວ່າເກົ່າ. ທ່ານໃຫ້ຮູ້ຕື່ມວ່າ: ປັດຈຸບັນເມືອງວັງວຽງ ໄດ້ພັດທະນາຫຼາຍຢ່າງທີ່ຕິດພັນກັບວຽກງານການທ່ອງທ່ຽວ […]

ອາສາສະໝັກ JICA ເສີມສ້າງສາຍພົວພັນລາວ-ຍີ່ປຸ່ນ

JICA volunteers further Laos-Japan relations - Aqqount news

ໃນໄລຍະຫຼາຍປີຜ່ານມາ ອົງການຮ່ວມມືສາກົນຍີ່ປຸ່ນ (JICA) ໄດ້ມີບົດບາດສຳຄັນໃນການເສີມສ້າງ ແລະ ຂະຫຍາຍສາຍພົວພັນລະຫວ່າງຍີ່ປຸ່ນ ແລະ ລາວ ດ້ວຍການບໍລິການຂອງອາສາສະໝັກຍີ່ປຸ່ນ. ອາສາສະໝັກຍີ່ປຸ່ນ ອຳລາ ທ່ານນາງ ສາຍມອນຄຳ ມັງໂນເມກ ຮອງຫົວໜ້າກົມການຮ່ວມມືສາກົນ. ອາສາສະໝັກ 5 ທ່ານ ໄດ້ອຳລາເຈົ້າພາບຂອງຕົນ ຢູ່ກະຊວງຕ່າງໆ ເມື່ອບໍ່ດົນມານີ້ ຫຼັງຈາກປະຕິບັດໜ້າທີ່ໃນລາວຄົບສອງປີ. ອີງຕາມຫ້ອງການ JICA ປະຈຳລາວ ອາສາສະໝັກທັງ 5 ທ່ານ ປະກອບດ້ວຍອາສາສະໝັກຮ່ວມມືຕ່າງປະເທດຍີ່ປຸ່ນ (JOCV) 4 ທ່ານ ແລະ ອາສາສະໝັກອາວຸໂສ 1 ທ່ານ ໄດ້ເດີນທາງກັບຍີ່ປຸ່ນໃນວັນທີ 19 ມີນາ. ອາສາສະໝັກ ທີ່ນຳໂດຍ ທ່ານ Noriyuki Ito ຜູ້ຕາງໜ້າອາວຸໂສຫ້ອງການ JICA ປະຈຳລາວ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ໃນວັນທີ 14 ມີນາ ຈາກ ທ່ານນາງ ສາຍມອນຄຳ ມັງໂນເມກ […]

ມູນນິທິອາຊຽນ ຊີ້ໃຫ້ເຫັນຊ່ອງຫວ່າງດ້ານດິຈິຕອນທົ່ວພາກພື້ນ

ASEAN Foundation spotlights digital divide across the region - Aqqount news

ມູນນິທິອາຊຽນ ໂດຍການສະໜັບສະໜູນຈາກ Google.org ໄດ້ເປີດເຜີຍຜົນການຄົ້ນຄວ້າກ່ຽວກັບຄວາມຮູ້ດ້ານດິຈິຕອນ ໃນກອງປະຊຸມສຳມະນາພາກພື້ນອາຊຽນ: ເປີດເຜີຍຄວາມເຂົ້າໃຈກ່ຽວກັບຄວາມຮູ້ດ້ານດິຈິຕອນຂອງພາກພື້ນ ທີ່ຈັດຂຶ້ນໃນວັນທີ 20 ມີນາ 2024 ທີ່ບາງກອກ. ຍານພາຫະນະທີ່ກະຊວງປ້ອງກັນຄວາມສະຫງົບຫວຽດນາມ ມອບໃຫ້ກະຊວງປ້ອງກັນຄວາມສະຫງົບລາວ ທີ່ນະຄອນຫຼວງວຽງຈັນ ໃນວັນທີ 18 ມີນາ. –ພາບ VNA/VNS ການສຶກສາທີ່ມີຫົວຂໍ້ “ຊ່ອງຫວ່າງດຽວ ຫຼື ຫຼາຍຊ່ອງຫວ່າງ? ຄວາມຮູ້ດ້ານດິຈິຕອນທີ່ມີຄວາມໝາຍ ແລະ ການຮັບມືກັບຂໍ້ມູນບິດເບືອນ ຂອງຊຸມຊົນດ້ອຍໂອກາດໃນອາຊຽນ” ໄດ້ສຶກສາເລິກເຖິງການມີສ່ວນຮ່ວມດ້ານດິຈິຕອນ ຂອງຊຸມຊົນດ້ອຍໂອກາດໃນອາຊຽນ. ມັນສຶກສາຄວາມຮູ້, ທັກສະ, ປະສົບການ ແລະ ການຮັບມືກັບຂໍ້ມູນບິດເບືອນ ເພື່ອສ້າງຄວາມເຂົ້າໃຈພື້ນຖານ ກ່ຽວກັບບົດບາດຂອງຄວາມຮູ້ດ້ານດິຈິຕອນ ໃນການຮັບຮູ້ ແລະ ຮັບມືກັບຂໍ້ມູນບິດເບືອນໃນຊຸມຊົນເຫຼົ່ານີ້. ການຄົ້ນຄວ້ານີ້ ເປັນໜຶ່ງໃນໂຄງການເດັ່ນຂອງໂຄງການຄວາມຮູ້ດ້ານດິຈິຕອນອາຊຽນ ຫຼັງຈາກໄດ້ເສີມສ້າງທັກສະຄວາມຮູ້ດ້ານດິຈິຕອນທີ່ຈຳເປັນ ໃຫ້ແກ່ປະຊາຊົນກວ່າ 190,000 ຄົນທົ່ວອາຊຽນຢ່າງສຳເລັດຜົນ.ໂຄງການຍັງໄດ້ເປີດຕົວແພລດຟອມການຮຽນຮູ້ອອນລາຍ ເພື່ອຮັບມືກັບຂໍ້ມູນຜິດ, www.DigitalClassASEAN.org. ທ່ານ ດຣ ປີຕິ ສີແສງນາມ ຜູ້ອຳນວຍການບໍລິຫານມູນນິທິອາຊຽນ ກ່າວວ່າ “ການຄົ້ນຄວ້ານີ້ ກວມເອົາການສຳຫຼວດດ້ານປະລິມານ […]

ແຂວງຫົວພັນ ແລະ ແຂວງເຊີນລາ ຈັດງານບຸນ ສົ່ງເສີມວັດທະນະທຳ ແລະ ການທ່ອງທ່ຽວທ້ອງຖິ່ນ

Huaphan, Son La provinces stage festival to promote local culture, tourism - Aqqount news

ງານບຸນທ່ອງທ່ຽວວັດທະນະທຳຫົວພັນ ແລະ ເຊີນລາ ທີ່ນຳສະເໜີສອງແຂວງພາກເໜືອທີ່ຫ່າງໄກຂອງລາວ ແລະ ຫວຽດນາມ ໃຫ້ເປັນຈຸດໝາຍປາຍທາງການທ່ອງທ່ຽວຊັ້ນນຳຂອງພາກພື້ນ ກຳລັງຈັດຂຶ້ນຢູ່ແຂວງຫົວພັນ ແຕ່ວັນທີ 20-23 ມີນາ. ແຂວງເຊີນລາ ຂອງຫວຽດນາມ ມີຊາຍແດນຕິດກັບແຂວງຫົວພັນທາງທິດຕາເວັນອອກ ແລະ ທັງສອງແຂວງ ກຳລັງຮ່ວມກັນພັດທະນາ ແລະ ນຳໃຊ້ປະໂຫຍດຈາກສາຍພົວພັນທີ່ມີຮ່ວມກັນ. ນັກທ່ອງທ່ຽວສາມາດເພີດເພີນກັບການສະແດງວັດທະນະທຳ ທີ່ສະທ້ອນຄວາມງົດງາມຂອງຮີດຄອງປະເພນີ ແລະ ວິຖີຊີວິດຂອງທ້ອງຖິ່ນ ລວມທັງການຟ້ອນລຳພື້ນເມືອງ, ງານວາງສະແດງຮູບພາບ ແລະ ອາຫານທີ່ເປັນເອກະລັກຂອງແຂວງຫົວພັນ. ກ່າວໃນພິທີເປີດງານບຸນທ່ອງທ່ຽວວັດທະນະທຳຫົວພັນ ແລະ ເຊີນລາ ທ່ານ ດຣ ຄຳເພັງ ໄຊສົມແພງ ເຈົ້າແຂວງຫົວພັນ ກ່າວວ່າ ງານນີ້ເປັນໂອກາດໃຫ້ປະຊາຊົນລາວ, ຫວຽດນາມ ແລະ ປະເທດອື່ນໆ ໄດ້ສຳຫຼວດ ແລະ ຊື່ນຊົມທິວທັດອັນສວຍງາມ, ວິຖີຊີວິດທ້ອງຖິ່ນ ແລະ ປະຫວັດສາດຂອງສອງແຂວງ. ການໂຄສະນາເຜີຍແຜ່ນີ້ ເປັນສ່ວນໜຶ່ງຂອງແຜນສົ່ງເສີມການທ່ອງທ່ຽວຂອງສອງແຂວງ ແລະ ໂດຍສະເພາະ ເປັນການປະກອບສ່ວນອັນມີສີສັນໃຫ້ແກ່ປີທ່ອງທ່ຽວລາວ 2024. “ນີ້ຍັງເປັນໂອກາດໃຫ້ທຸລະກິດທີ່ກ່ຽວຂ້ອງກັບການທ່ອງທ່ຽວ ໄດ້ປັບປຸງຄຸນນະພາບຜະລິດຕະພັນ ແລະ […]

ໂຮງງານຢາລາວ ຮ່ວມມືກັບຈີນ ຄົ້ນຄວ້າຢາພື້ນເມືອງ

Lao Pharma factory partners with China in traditional medicine research - Aqqount news

ລັດວິສາຫະກິດຜະລິດຢາແຫ່ງໜຶ່ງຂອງລາວ ແລະ ສາມອົງການຂອງຈີນ ໄດ້ຕົກລົງແບ່ງປັນວຽກງານ ເພື່ອເສີມສ້າງການຄົ້ນຄວ້າດ້ານຢາພື້ນເມືອງ. ຝ່າຍລາວໃນການຮ່ວມມືນີ້ ແມ່ນລັດວິສາຫະກິດໂຮງງານຜະລິດຢາເລກທີ 3 ນະຄອນຫຼວງວຽງຈັນ ສ່ວນສາມຄູ່ຮ່ວມມືຂອງຈີນ ແມ່ນ Kmoeba (Zhuhai Hengqin) Biomedical Co., Ltd., ສູນວິສະວະກຳຢາພື້ນເມືອງຈີນກວາງຕຸ້ງ ແລະ ມະຫາວິທະຍາໄລແຫ່ງຊາດ Chi Nan. ທັງສີ່ຝ່າຍໄດ້ຢັ້ງຢືນການຮ່ວມມືຢ່າງເປັນທາງການ ໃນພິທີທີ່ມີ ທ່ານ ດຣ ລາຮຸນ ຈັນທະບຸດ ຜູ້ອຳນວຍການລັດວິສາຫະກິດໂຮງງານຜະລິດຢາເລກທີ 3; ທ່ານ Tao Zhu ປະທານສູນວິສະວະກຳຢາພື້ນເມືອງຈີນກວາງຕຸ້ງ ແລະ ເຈົ້າໜ້າທີ່ຂັ້ນສູງຈາກ Kmoeba Biomedical Co., Ltd. ແລະ ມະຫາວິທະຍາໄລແຫ່ງຊາດ Chi Nan ເຂົ້າຮ່ວມ. ສັນຍາທີ່ລົງນາມໃນພິທີ ແນໃສ່ຍົກສູງຄວາມສາມາດຂອງພະນັກງານ ແລະ ຂະຫຍາຍການຄ້າ ແລະ ລະບົບຕ່ອງໂສ້ການສະໜອງຢາພື້ນເມືອງ ລະຫວ່າງລາວ ແລະ ຈີນ. ອີກຈຸດປະສົງໜຶ່ງຂອງການຮ່ວມມື […]

ອັງກິດໃຫ້ທຶນເພີ່ມ US$585,400 ແກ່ໂຄງການເກັບກູ້ລະເບີດບໍ່ທັນແຕກຂອງ HALO

UK provides extra funding of US$585,400 for HALO's UXO clearance project - Aqqount news

ລັດຖະບານສະຫະລາຊະອານາຈັກ ໄດ້ສະແດງເຖິງການສືບຕໍ່ສະໜັບສະໜູນການເກັບກູ້ລະເບີດບໍ່ທັນແຕກ (UXO) ຂອງອົງການ HALO Trust ໃນແຂວງສະຫວັນນະເຂດ ດ້ວຍທຶນ US$585,400 ສຳລັບໂຄງການເກັບກູ້ UXO ຂອງ HALO ໃນເມືອງພີນ ແລະ ເມືອງນອງ. ໂຄງການສືບຕໍ່ດັ່ງກ່າວ ໄດ້ເປີດຕົວໃນວັນທີ 14 ມີນາ ຫຼັງຈາກ HALO Trust ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ ກັບກະຊວງການຕ່າງປະເທດ ໂດຍມີອົງການຄຸ້ມຄອງແຫ່ງຊາດ ວຽກງານລະເບີດບໍ່ທັນແຕກ (NRA) ເປັນຕົວແທນ. ແຕ່ປີ 1964-1973 ລາວໄດ້ຮັບຜົນກະທົບຢ່າງໜັກຈາກການຖິ້ມລະເບີດທາງອາກາດ ໃນສົງຄາມອິນດູຈີນຄັ້ງທີ 2.ດ້ວຍລະເບີດກວ່າ 2 ລ້ານໂຕນທີ່ຖືກຖິ້ມລົງ ລາວຈຶ່ງຖືກຖືວ່າເປັນໜຶ່ງໃນປະເທດທີ່ມີການປົນເປື້ອນ UXO ຫຼາຍທີ່ສຸດຕໍ່ຫົວຄົນ ໂດຍມີຜູ້ເຄາະຮ້າຍຈາກ UXO ຫຼາຍກວ່າ 50,000 ຄົນ ນັບແຕ່ສົງຄາມສິ້ນສຸດ. HALO Trust ແມ່ນອົງການເກັບກູ້ UXO ດ້ານມະນຸດສະທຳທີ່ໃຫຍ່ທີ່ສຸດໃນໂລກ ແລະ ໄດ້ດຳເນີນງານຢູ່ແຂວງສະຫວັນນະເຂດ ນັບແຕ່ປີ 2012. ລັດຖະບານສະຫະລາຊະອານາຈັກ […]