ຮື້ປ້າຍທີ່ບໍ່ຖືກລະບຽບ ແລະ ມ້າງເທີບເງີບ ທີ່ກວມທາງສາທາລະນະ ເຂດຖະໜົນອາຊຽນ ເສັ້ນທາງ T2 ບ້ານອຸບມຸງ, ເມືອງສີໂຄດຕະບອງ

ພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ສົມທົບ ກັບ ອົງການປົກຄອງເມືອງສີໂຄດຕະບອງ ພ້ອມດ້ວຍຄະນະສະເພາະກິດຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ຂັ້ນ ນວ ນຳໂດຍທ່ານ ບຸນຍະວັດ ນິລະໄຊຍ໌ ຫົວໜ້າພະແນກ ຍທຂ ນວ ມີທ່ານ ອິນປອງ ທຸມມາ ຮັກສາການເຈົ້າເມືອງສີໂຄດຕະບອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ລົງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ໃນວັນທີ 16 ກໍລະກົດ 2025 ຢູ່ ຖະໜົນອາຊຽນ ເຂດເສັ້ນທາງT2 (ເຕ້2) ບ້ານ ອຸບມຸງ ເມືອງສີໂຄດຕະບອງ. ທ່ານ ບຸນຍະວັດ ນິລະໄຊຍ໌ ກ່າວໃຫ້ສຳພາດວ່າ: ໂດຍອີງໃສ່ຂໍ້ຕົກລົງຂອງເຈົ້າຄອງ ນວ ເລກທີ1184/ຈນວ ວ່າດ້ວຍການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ທັງນີ້ເພື່ອເປັນການກະກຽມຄວາມພ້ອມຕ້ອນຮັບ ກອງປະຊຸມໃຫຍ່ອົງຄະນະພັກ ນວ ຄັ້ງທີ8 ທີ່ຈະມາເຖິງນີ້ ພ້ອມທັງປະຕິບັດຕາມລະບຽບຜັງເມືອງ ເພື່ອເຮັດໃຫ້ຕົວເມືອງມີຄວາມເປັນລະບຽບຮຽບຮ້ອຍສະອາດຈົບງາມ ແລະ ໜ້າຢູ່, ສຳລັບການລົງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຄັ້ງນີ້ […]
ແຈ້ງມອດໄຟຟ້າ ວັນທີ11-13 ກໍລະກົດ 2025

ແຈ້ງມອດໄຟຟ້າ ວັນທີ11-13 ກໍລະກົດ 2025 ລາຍລະອຽດມີດັ່ງລຸ່ມນີ້:
ຈີນເຕືອນທຣັມກໍລະນີເກັບພາສີນຳເຂົ້າ ຂູ່ຈະຕອບໂຕ້ປະເທດທີ່ຈັບມືສະຫະລັດ ໂດຍແລກກັບການຕັດຈີນອອກຈາກຫ່ວງໂຊ່ອຸປະທານປະເທດນັ້ນ

ຈີນອອກມາເຕືອນລັດຖະບານທຣັມ ຢ່າກໍ່ຄວາມຕຶງຄຽດທາງການຄ້າ ດ້ວຍການຟື້ນມາດຕະການຂຶ້ນພາສີນຳເຂົ້າສິນຄ້າຈາກຈີນໃນເດືອນໜ້າ ກ່ອນໜ້ານີ້ໃນເດືອນມິຖຸນາ ສະຫະລັດແລະຈີນຫາກໍບັນລຸ ກອບຄວາມຮ່ວມມືທາງການຄ້າ ເພື່ອຟື້ນຟູສັນຕິພາບຊົ່ວຄາວ ແຕ່ຍັງຄົງມີລາຍລະອຽດຫຼາຍປະການທີ່ບໍ່ຊັດເຈນ ເຮັດໃຫ້ບັນດານັກລົງທຶນ ແລະ ຜູ້ຄ້າໃນທັງສອງປະເທດຕ່າງຈັບຕາໃກ້ຊິດວ່າ ຂໍ້ຕົກລົງນີ້ຈະລົ່ມເຫຼວ ຫຼື ສາມາດນຳໄປສູ່ຄວາມສຳພັນທີ່ຍືນຍົງໄດ້ຫຼືບໍ່ ຢ່າງໃດກໍຕາມ ເມື່ອວັນຈັນ ທຣັມໄດ້ເລີ່ມແຈ້ງເຕືອນປະເທດຄູ່ຄ້າຫຼາຍລາຍວ່າ ສະຫະລັດ ເຕື່ອນຈະຂຶ້ນພາສີນຳເຂົ້າຢ່າງຮຸນແຮງໃນວັນທີ່ 1 ສິງຫາ ນີ້ ຫຼັງຈາກທີ່ເຄີຍປະກາດເລື່ອນເກັບພາສີທີ່ອອກເມື່ອເດືອນເມສາ ອອກໄປກ່ອນໜ້ານີ້ ໂດຍຮຽກເກັບພຽງ 10% ກັບບາງປະເທດ ເພື່ອເປີດໂອກາດໃຫ້ມີການເຈລະຈາ ຈີນຊຶ່ງກ່ອນໜ້ານີ້ຖືກສະຫະລັດ ຂຶ້ນພາສີນຳເຂົ້າສູງກວ່າ 100% ໂດຍເພາະໃນຊ່ວງຕອບໂຕ້ກັນລະຫວ່າງເດືອນເມສາ–ພຶດສະພາ ໄດ້ຮັບເສັ້ນຕາຍເຖິງວັນທີ່ 12 ສິງຫາ ໃນການເຈລະຈາເພື່ອຫຼີກເວັ້ນການກັບມາໃຊ້ມາດຕະການກີດກັນທາງການຄ້າຮອບໃໝ່ຈາກສະຫະລັດ ບົດບັນນາທິການລົງຊື່ໂດຍ ຈົງເຊັງ (Zhong Sheng) ຫຼື “ສຽງແຫ່ງຈີນ” ຊຶ່ງເປັນນາມແຝງທີ່ໃຊ້ສະແດງທ່າທີທາງການທູດຢ່າງເປັນທາງການຂອງຈີນ ໃນໜັງສືພິມ People’s Daily ຊຶ່ງເປັນກະບອກສຽງຂອງພັກຄອມມູນິສຈີນ ລະບຸວ່າ ບົດສະຫຼຸບທີ່ຊັດເຈນທີ່ສຸດຄື ການເຈລະຈາແລະຄວາມຮ່ວມມືຄືທາງອອກທີ່ຖືກຕ້ອງເທົ່ານັ້ນ ໃນໜັງສືພິມຍັງໄດ້ກ່າວຫາທຣັມວ່າ ນະໂຍບາຍພາສີເປັນການຂົ່ມເຫັງກັນ ຖະແຫຼງການດັ່ງກ່າວຖືເປັນການປູທາງໄປສູ່ ການເປີດສົງຄາມພາສີຮອບໃໝ່ ຫາກວ່າທຣັມຍັງຢືນຢັນທີ່ຈະໃຊ້ມາດຕະການພາຍໃນເສັ້ນຕາຍສຸດທ້າຍ […]
ຊົມເຊີຍ ເຈົ້າໜ້າທີ່ ປກສ ແຂວງຈຳປາສັກ ຈັບຊາຍຂາຍຢາບ້າ ພ້ອມຂອງກາງ 60ມັດ

ຕາມການລາຍງານຂອງເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ໃຫ້ຮູ້ວ່າ: ວັນທີ 10 ມັງກອນ 2025 ເວລາ 12 ໂມງ, ເຈົ້າໜ້າທີ່ວິຊາສະເພາະ ໄດ້ລົງມ້າງຄະດີ ຢູ່ເຂດບ້ານຫ້ວຍກອງ ເມືອງປາກຊ່ອງ ແຂວງຈຳປາສັກ ກັກຕົວຜູ້ຖືກຫາ 01 ຄົນ, ຊື່ທ້າວ ສໍ ລໍວັນໄຊ ອາຍຸ 27 ປີ ເປັນກຳມະກອນ, ບ້ານຫ້ວຍກອງ ເມືອງປາກຊ່ອງ ແຂວງຈຳປາສັກ ພ້ອມເຄື່ອງຂອງກາງປະເພດຢາບ້າ ຈຳນວນ 60 ມັດ ເທົ້າກັບ 120,000 ເມັດແລະໂທລະຊັບ 01 ໜ່ວຍ, ລົດຈັກເວັບຍີ່ຫໍ້ຮ່ອນດາ ສີແດງບໍ່ມີປ້າຍ,ສາຍຄໍ (ຄ້າຍຄືເງີນ)1ເສັ້ນ. ປັດຈຸບັນຄະດີແມ່ນຢູ່ໃນຂັ້ນຕອນການດຳເນີນ ສືບສວນ-ສອບສວນ ຂອງເຈົ້າໜ້າທີ່ວິຊາສະເພາະເພື່ອຊອກຫາຜູ້ຮ່ວມຂະບວນການ ມາດຳເນີນຄະດີຕາມຂັ້ນຕອນກົດໝາຍ. ຂ່າວ: ປກສ ແຂວງຈຳປາສັກ
ລັດຖະມົນຕີ ຖວທ ຕິດຕາມການຂຸດຄົ້ນ ພະພຸດທະຮູບ-ວັດຖຸພັນ ຢູ່ເມືອງຕົ້ນເຜິ້ງ ພົບແລ້ວ 141 ອົງ

ໃນວັນທີ 26 ມີນາ 2024 ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ພ້ອມຄະນະ ໄດ້ລົງຕິດຕາມຄວາມຄືບໜ້າການຂຸດຄົ້ນ, ກອບກູ້ເອົາພະພຸດທະຮູບ ແລະ ວັດຖຸພັນ ຢູ່ດອນເຜິ້ງຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ການລົງເຄື່ອນໄຫວຄັ້ງນີ້, ທ່ານ ບຸນຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ລາຍງານໃຫ້ຮູ້ວ່າ: ປັດຈຸບັນ, ການຂຸດຄົ້ນ, ກອບກູ້ເອົາພະພຸດທະຮູບ ແລະ ວັດຖຸພັນດັ່ງກ່າວ ໄດ້ຂະຫຍາຍອອກເປັນ 40×36 ແມັດ, ເລິກປະມານ 4-5 ແມັດ, ໄດ້ຄົ້ນພົບພະພຸດທະຮູບ ທັງອົງໃຫຍ່ (ຂະໜາດໜ້າຕັກ 87 ຊັງຕີແມັດ, ບ່າກ້ວາງ 60 ຊຕມ, ສູງ 110 ຊຕມ) ແລະ ອົງນ້ອຍ (ນ້ອຍສຸດ ໜ້າຕັກ 4 […]